ໂຄງການເກັບກູ້ລະເບີດແຫ່ງຊາດ

ຮ່ວມກັນສ້າງປະເທດລາວໃຫ້ປອດໄພ
ເທື່ອລະບາດກ້າວ

ຮ່ວມເປັນສ່ວນໜຶ່ງຂອງການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ຫັນປະເທດລາວໃຫ້ກາຍເປັນປະເທດທີ່ປອດໄພຍິ່ງຂຶ້ນ.

ຂ່າວ ລ່າສຸດ

ຕິດຕາມຂ່າວລ່າສຸດຂອງ ຄກລ ລວມໄປເຖິງວຽກງານເກັບກູ້ລະເບີດ, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ໃຫ້ແກ່ຊຸມຊົນ ແລະ ພາລະກິດການເກັບກູ້ລະເບີດໃນພື້ນທີ່ທີ່ໄດ້ຮັບຜົນກະທົບ. ກິດຈະກຳຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ແມ່ນແນໃສ່ການທຳລາຍລະເບີດທີ່ບໍ່ທັນແຕກ, ການເພີ່ມທະວີດ້ານຄວາມປອດໄພ ແລະ ການສະໜັບສະໜູນຊຸມຊົນທ້ອງຖິ່ນ ໃນການຂະຫຍາຍພື້ນທີ່ປອດໄພສຳລັບຜະລິດກະສິກຳ ແລະ ການພັດທະນາ

ປະເທດທີ່ ຖືກຖິ້ມລະເບີດ ຫຼາຍທີ່ສຸດໃນໂລກ

ສປປ ລາວ ມີລັກສະນະພິເສດທີ່ບໍ່ເພິ່ງປະສົງຄື ເມື່ອສະເລ່ຍຈໍານວນລະເບີດທີ່ຕົກຄ້າງຕໍ່ຫົວຄົນແລ້ວ ຖືວ່າເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ລະເບີດທີ່ຖືກຖິ້ມລົງມານັ້ນມີທັງລະເບີດລູກຫວ່ານຫຼາຍກວ່າ 270 ລ້ານໜ່ວຍ (ດັ່ງທີ່ຄົນລາວເຮົາເອີ້ນວ່າ “ບົມບີ່”) ເຊິ່ງຖືກປ່ອຍອອກມາຈາກໜ່ວຍລະເບີດກະປາງ.

ເມື່ອໃດທີ່ ລູກລະເບີດ ຖືກຖິ້ມລົງມາ?

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ພາຍຫຼັງສົງຄາມອິນດູຈີນໃນລະຫວ່າງປີ 1964 – 1973 ສິ້ນສຸດລົງ ແລະ ເມື່ອເວລາຜ່ານໄປສີ່ສິບກວ່າປີແລ້ວ, ລະເບີດບໍ່ທັນແຕກ (ລບຕ) ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ມະນຸດສະທຳ ແລະ ເສດຖະກິດ-ສັງຄົມຂອງປະເທດ, ເປັນສາເຫດກໍ່ໃຫ້ເກີດການບາດເຈັບ ແລະ ເສຍຊີວິດ, ຈຳກັດການເຂົ້າເຖິງການນຳໃຊ້ທີ່ດິນໃຫ້ເກີດຜົນຜະລິດ ແລະ ເພີ່ມຕົ້ນທຶນຢ່າງມະຫາສານເຂົ້າໃນຂະບວນການພັດທະນາ.

ລະເບີດຫຼາຍກວ່າ 270 ລ້ານໜ່ວຍ

ຄາດຄະເນຈຳນວນລະເບີດລູກຫວ່ານ (ບົມບີ່) ທີ່ມາຈາກໜ່ວຍລະເບີດກະປາງ ແລະ 30% ແມ່ນລະເບີດທີ່ບໍ່ທັນແຕກ ໂດຍສະເລ່ຍແລ້ວປະມານ 80 ລ້ານລູກ

ສູງເຖິງ 25 ສ່ວນຮ້ອຍ

ຂອງຈຳນວນບ້ານທັງໝົດ 10,000 ກວ່າບ້ານໃນປະເທດໄດ້ຮັບຜົນກະທົບຈາກສິ່ງເສດເຫຼືອຂອງສົງຄາມ

ປະຊາຊົນຈຳນວນ 22,000 ກວ່າຄົນ

ໄດ້ຕົກເປັນເຫຍື່ອຂອງ ລບຕ ແລະ ບົມບີ່, ເຊິ່ງວ່າຈໍານວນເກືອບເຄິ່ງໜຶ່ງຂອງພວກເຂົາແມ່ນໄດ້ເສຍຊີວິດ.

69 ກວ່າຄົນໃນແຕ່ລະປີ

ໄລຍະຫຼາຍປີຜ່ານມາ, ຈຳນວນປະຊາຊົນຜູ້ທີ່ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກ ລບຕ ໄດ້ຫຼຸດລົງມາເຖິງປະມານ 69 ກວ່າຄົນ ໃນແຕ່ລະປີ. ຈາກປີ 2008 ຈົນເຖິງປັດຈຸບັນ

ສະພາບການຕົກຄ້າງຂອງ ລະເບີດບໍ່ທັນແຕກ ໃນປະຈຸບັນ

ໃນປະຈຸບັນ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ແລະ ລບຕ ຫຼາຍທີ່ສຸດໃນໂລກ. ລະເບີດບໍ່ທັນແຕກຍັງຕົກຄ້າງຢູ່ທຸກຫົນທຸກແຫ່ງ, ລບຕ ແມ່ນຖືກພົບເຫັນຢູ່ຕາມທົ່ງນາ, ເດີ່ນໂຮງຮຽນ, ຕາມຈ້າຍພູ, ໃນແມ່ນ້ຳ, ຕາມຖະໜົນຫົນທາງ ແລະ ເສັ້ນທາງຍ່າງ ແລະ ແມ້ນແຕ່ຢູ່ໃນໃຈກາງຕົວເມືອງຂອງແຂວງ.

ຄກລ ປະຕິບັດງານຢູ່ໃນບັນດາ 9 ແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກ ລບຕ ຢູ່ໃນປະເທດໄດ້ແກ່:

  • “ສາມາດກົດເຂົ້າແຜນທີ່ ຫຼື ຕົວເລກ ເພື່ອສຶກສາຂໍ້ມູນການປະຕິບັດວຽກງານຂອງແຕ່ລະຫ້ອງການ ຄກລ ປະຈຳແຂວງ ເພີ່ມເຕີມ”