ວຽກງານໂຄສະນາສຶກສາຄວາມສ່ຽງ ຫຼື ໂຄສະນາສຶກສາຊຸມຊົນ (ຄສສລ)
ຍົກສູງສະຕິລະມັດລະວັງຕົວຂອງປະຊາຊົນທີ່ອາໄສຢູ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກ ລບຕ. ທີມງານໂຄສະນາສຶກສາຄວາມສ່ຽງໄດ້ນຳໃຊ້ຫຼາກຫຼາຍວິທີການໃນການໂຄສະນາໃຫ້ຄວາມຮູ້ແກ່ປະຊາຊົນ ລວມມີ: ການສະແດງລະຄອນຕຸກກະຕາ, ການຮ້ອງເພງ, ການຟ້ອນ ແລະ ການຫຼິ້ນເກມ. ທີມງານດັ່ງກ່າວ ໄດ້ສະໜັບສະໜູນວຽກງານສຳຫຼວດດ້ວຍການເກັ ບກຳຂໍ້ມູນຈຸດພິກັດຂອງ ລບຕ ທີ່ຊາວບ້ານພົບເຫັນ ໃນລະຫວ່າງການດຳເນີນກິດຈະກຳໂຄສະນາສຶກສາຄວາມສ່ຽງ.
ຮູບພາບບາງສ່ວນໃນລະຫວ່າງການປະຕິບັດງານ
“ທີມງານພວກເຮົາເປັນໜ່ວຍງານທີ່ສ້າງເກາະປ້ອງກັນໃຫ້ເດັກນ້ອຍນັກຮຽນຫຼືພໍ່ແມ່ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກໃຫ້ຮູ້ຜົນຮ້າຍ ແລະ ຄວາມອັນຕະລາຍຂອງລູກລະເບີດທີ່ບໍ່ທັນແຕກ ເພາະວ່າມັນສຳຄັນຫຼາຍ ສຳຄັນທີ່ສຸດ ເພາະວ່າລູກລະເບີດມັນເປັນອັນຕະລາຍຕໍ່ໍຊີວິດຂອງຄົນເຮົາ ແລະ ເຮົາມີຄວາມຈຳເປັນແທ້ໆຈະໄດ້ລົງໄປໂຄສະນາເຜີຍແຜ່ຜົນຮ້າຍຂອງລູກລະເບີດໃຫ້ເດັກນ້ອຍທີ່ເກີດໃໝ່ໃຫຍ່ລຸນ ເພິ່ນບໍ່ທັນຮູ້ວ່າລູກລະເບີດມັນເປັນແນວໃດ ແລະ ຂໍ້ຫ້າມວິທີການລາຍງານມັນເປັນແບບໃດ ເຮົາຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ມາຕັກເຕືອນຜູ້ອື່ນ ຫຼື ລູກຫຼານຜູ້ຢູ່ຫ່າງໄກສອກຫຼີກ”
-- ກ່າວໂດຍ ຫົວໜ້າທີມງານໂຄສະນາສຶກສາຄວາມສ່ຽງ ຫຼື ໂຄສະນາສຶກສາຊຸມຊົນ (ຄສສລ) ທີ່ແຂວງອັດຕະປື
