ວຽກງານສໍາຫຼວດບໍ່ແມ່ນວິຊາການ

    ວຽກງານສໍາຫຼວດບໍ່ແມ່ນວິຊາການ

ໜຶ່ງທີມ ປະກອບມີນັກສຳຫຼວດສີ່ຄົນດຳເນີນວຽກງານສຳຫຼວດ. ທີມງານດັ່ງກ່າວຈະສະໜອງຂໍ້ມູນລາຍລະອຽດກ່ຽວກັບແຜນທີ່ ແລະ ຈຸດທີ່ຕັ້ງຂອງລະເບີດທີ່ໄດ້ຮັບການລາຍງານ.

ວຽກງານສໍາຫຼວດດ້ານວິຊາການທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແມ່ນວິທີການໃໝ່ທີ່ພັດທະນາຂຶ້ນໂດຍ ຄກລ ໃນປີ 2007. ທີມງານສໍາຫຼວດດ້ານວິຊາການທີ່ໄດ້ຮັບການປັບປຸງນັ້ນ ແມ່ນຈະປະເມີນການສະເໜີຂໍການກວດກູ້ດ້ວຍການສຶກສາຂໍ້ມູນສະຖິຕິຂອງ ລບຕ ທີ່ມີຢູ່ໃນສະເພາະພື້ນທີ່ໃດໜຶ່ງ (ຂໍ້ມູນການຖິ້ມລະເບີດ, ການລາຍງານການພົບເຫັນລະເບີດ ແລະ ຜູ້ເຄາະຮ້າຍຈາກ ລບຕ) ລວມກັບການສຸ່ມຕົວຢ່າງ 25% ຂອງເນື້ອທີ່ດິນ, ສິ່ງນີ້ຈະນໍາໄປສູ່ການສະເໜີຂໍເປັນທັງ:

(1) ມອບໝາຍວຽກໃຫ້ແກ່ທີມງານກວດກູ້
(2) ນົດບູລິມະສິດຕ່ຳ/ຜົນກະທົບຈາກ ລບຕ ທີ່ມີຄວາມທ້າທາຍຕ່ຳ (ສຳລັບການກວດກູ້ທີ່ອາດຈະດຳເນີນໃນອະນາຄົດ).

ຂັ້ນຕອນການປະຕິບັດງານຂອງວຽກງານການສຳຫຼວດບໍ່ແມ່ນວິຊາການ

1

ຮັບການລາຍງານ

ຮັບການລາຍງານການພົບເຫັນລະເບີດຈາກປະຊາຊົນ ຫຼື ຈາກການລົງຢ້ຽມຢາມບ້ານເຮືອນປະຊາຊົນລະຫວ່າງປະຕິບັດງານພາກສະໜາມ.

2

ການສຳຫຼວດບໍ່ແມ່ນວິຊາການ

ທີມງານສຳຫຼວດບໍ່ແມ່ນວິຊາການ ດຳເນີນສຳພາດປະຊາຊົນ, ເກັບກຳຂໍ້ມູນ ແລະ ລະບຸຕຳແໜ່ງພື້ນທີ່ທີ່ໄດ້ຮັບການລາຍງານວ່າພົບເຫັນລະເບີດ.

3

ການບັນທຶກຂໍ້ມູນ

ຂໍ້ມູນທີ່ຮວບຮວມໄດ້ທັງໝົດແມ່ນຈະຖືກບັນທຶກ ແລະ ເອົາເຂົ້າໃນລະບົບຄຸ້ມຄອງຂໍ້ມູນຂອງ ຄກລ.