ວຽກງານທຳລາຍເຄື່ອນທີ່

ວຽກງານທຳລາຍເຄື່ອນທີ່

ວຽກງານທຳລາຍເຄື່ອນທີ່ແມ່ນແນໃສ່ການເຄື່ອນຍ້າຍ ແລະ ທຳລາຍລະເບີດທີ່ພົບເຫັນຢູ່ເທິງໜ້າດິນ, ເຊິ່ງໜ້າວຽກນີ້ໂດຍທົ່ວໄປແມ່ນຈະເປັນການຕອບສະໜອງຕໍ່ການລາຍງານການພົບລະເບີດຈາກຊຸມຊົນ, ທີມງານ EORE ຫຼື ທີມງານການສຳຫຼວດທີ່ບໍ່ແມ່ນວິຊາການ

ທີມງານທຳລາຍເຄື່ອນທີ່ແມ່ນຈະຕອບສະໜອງຕໍ່ການລາຍງານ ແລະ ປະຕິບັດງານຢ່າງວ່ອງໄວທີ່ສຸດເພື່ອເກັບກູ້ລະເບີດທີ່ເຫັນໄດ້ຢູ່ເທິງໜ້າດິນ ເຊິ່ງອາດຈະເຮັດໃຫ້ເກີດອັນຕະລາຍໂດຍກົງຕໍ່ກັບກິດຈະກຳການດຳລົງຊີວິດຂອງປະຊາຊົນເຊັ່ນ: ການເຮັດໄຮ່ເຮັດນາ, ການເກັບຟືນ ຫຼື ການຫຼິ້ນຂອງເດັກນ້ອຍ

ວຽກງານການທຳລາຍເຄື່ອນທີ່ປະກອບສ່ວນສຳຄັນເຂົ້າໃນການ:

    '''

    ຫຼຸດຜ່ອນຄວາມສ່ຽງໄດ້ຢ່າງວ່ອງໄວ

    ການເພີ່ມຄວາມປອດໄພໃຫ້ແກ່ຊຸມຊົນ

    ການລະບຸພື້ນທີ່ທີ່ຮຽກຮ້ອງໃຫ້ມີການສຳຫຼວດເພີ່ມເຕີມ ຫຼື ການເກັບກູ້