ປະເທດລາວ ປາສະຈາກຜົນກະທົບ ຈາກລະເບີດ
ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດວຽກງານເກັບກູ້ລະເບີດ ແລະ ເພີ່ມພື້ນທີ່ປອດໄພສຳລັບການນຳໃຊ້ໃຫ້ແກ່ປະຊາຊົນລາວ, ຊ່ວຍເຫຼືອປົກປ້ອງຊີວິດ ຈາກ ລບຕ, ປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ ແລະ ສ້າງອະນາຄົດທີ່ປອດໄພໃຫ້ແກ່ລູກຫຼານໃນຮຸ່ນຕໍ່ໄປ
ຫຼາຍກວ່າ 50 ປີ ພາຍຫຼັງສົງຄາມອິນດູຈີນໃນລະຫວ່າງປີ 1964 – 1973
ລະເບີດບໍ່ທັນແຕກ (ລບຕ) ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ປະຊາຊົນ ແລະ ເສດຖະກິດ-ສັງຄົມຂອງປະເທດ, ເປັນສາເຫດກໍ່ໃຫ້ເກີດການບາດເຈັບ ແລະ ເສຍຊີວິດ, ຈຳກັດການເຂົ້າເຖິງການນຳໃຊ້ທີ່ດິນໃຫ້ເກີດຜົນຜະລິດ ແລະ ເພີ່ມຕົ້ນທຶນຢ່າງມະຫາສານເຂົ້າໃນຂະບວນການພັດທະນາ.
ວັນທີ 13 ກຸມພາ 1996, ລັດຖະບານແຫ່ງ ສປປ ລາວ ໄດ້ສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຜ່ານດຳລັດເລກທີ 49 ຂອງທ່ານນາຍົກລັດຖະມົນຕີ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ, ອົງການຢູນິເຊບ ແລະ ຄູ່ຮ່ວມງານອື່ນໆ ເຊິ່ງດຳເນີນງານພາຍໃຕ້ການຄຸ້ມຄອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ໂຄງການເກັບກູ້ລະເບີດແຫ່ງຊາດປະກອບດ້ວຍບຸກຄະລາກອນຫຼາຍກວ່າ 1700 ຄົນ ໃນນັ້ນລວມເຖິງບຸກຄະລາກອນຈາກຫ້ອງການໃຫຍ່ທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະ ບັນດາຫ້ອງການ ຄກລ ປະຈຳແຂວງທີ່ປະຕິບັດງານຢູ່ໃນ 9 ແຂວງທີ່ໄດ້ຮັບຜົນກະທົບຈາກຫຼາຍທີ່ສຸດຈາກ ລບຕ (ຫົວພັນ, ຫຼວງພະບາງ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື). ຢູ່ໃນທຸກໆແຂວງ, ຫ້ອງການປະສານງານ ຄກລ ແຂວງຈະເຮັດວຽກຢ່າງໃກ້ຊິດກັບພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ປະສານງານກັບພະແນກການແຂວງອື່ນໆເຊັ່ນ ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ, ພະແນກກະສິກຳ ແລະ ປ່າໄມ້ ເພື່ອຈຸດປະສົງໃນການກຳນົດແຜນປະຕິບັດງານ.
ສປປ ລາວ ໄດ້ສະໜັບສະໜູນການຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາລະເບີດລູກຫວ່ານ ແລະ ເປັນເຈົ້າພາບຈັດກອງປະຊຸມລັດພາຄີຄັ້ງທຳອິດໃນປີ 2010. ມັນຍັງກວມລວມເຖິງບັນຫາລະເບີດບໍ່ທັນແຕກເຊິ່ງເປັນບັນຫາທີ່ສຳຄັນຕໍ່ການພັດທະນາ ໂດຍການກຳນົດເປົ້າໝາຍພັດທະນາແບບຍືນຍົງທີ 18, “ລົບລ້າງອຸປະສັກທາງດ້ານລະເບີດບໍ່ທັນແຕກ ເພື່ອການພັດທະນາແຫ່ງຊາດ"
