ການວາງແຜນປະຕິບັດງານ

ການວາງແຜນປະຕິບັດງານ ທິດທາງແຜນການຂອງ ຄກລ

ການພັດທະນາແຜນງານປະຈຳປີຂອງ ຄກລ ເລີ່ມຈາກການສຳຫຼວດໃນລະດັບບ້ານ. ປະຊາຊົນມີການປຶກສາຫາລືພາຍໃນ ແລະ ກຳນົດເອົາຄອບຄົວທີ່ເປັນບູລິມະສິດ (ໂດຍອີງຕາມເງື່ອນໄຂຕ່າງໆເຊັ່ນ ຂະໜາດຄອບຄົວ, ລາຍຮັບ, ຄວາມສາມາດໃນການປູກຝັງ, ຂະໜາດພື້ນທີ່ດິນທີ່ນຳໃຊ້, ແລະ ອື່ນໆ). ອຳນາດການປົກຄອງເມືອງຈະໄດ້ຮັບຄຳຮ້ອງຂໍຈາກບ້ານ ແລະ ປະເມີນຂີດຕາມຄວາມສາມາດຂອງເມືອງໃນການສະໜັບສະໜູນກິດຈະກຳດັ່ງກ່າວ ໃນຂະນະດຽວກັນກໍພິຈາລະນາວ່າພື້ນທີ່ທີ່ຕ້ອງການເກັບກູ້ນີ້ແມ່ນສອດຄ່ອງກັບແຜນການພັດທະນາ ແລະ ບູລິມະສິດຂອງເມືອງຫຼືບໍ່, ອຳນາດການປົກຄອງເມືອງຈະສົ່ງພື້ນທີ່ທີ່ຕ້ອງການເກັບກູ້ໃຫ້ແກ່ອຳນາດການປົກຄອງແຂວງໃນການວາງແຜນ. ຫຼັງຈາກນັ້ນຈະມີການພິຈາລະນາຄຳຮ້ອງຂໍຕາມແຜນການພັດທະນາ ແລະ ບູລິມະສິດຂອງແຂວງ, ໂດຍຄຳນຶງເຖິງຄວາມສາມາດຂອງ ຄກລ.

ຫຼັງຈາກໄດ້ຮັບຜົນການສະຫຼຸບ, ຄກລ ຈະຈຳແນກປະເພດຄຳຮ້ອງຂໍໃຫ້ເປັນການສຳຫຼວດແບບເຄື່ອນທີ່, ການສຳຫຼວດບໍ່ແມ່ນວິຊາການ, ການສຳຫຼວດວິຊາການ ຫຼື ການເກັບກູ້ລະເບີດ. ຫຼັງຈາກນັ້ນ, ຄກລ ກຳນົດວາລະການປະຕິບັດງານອີງຕາມບ້ານ, ເມືອງ, ແລະ ລະດູຝົນ ຫຼື ລະດູແລ້ງ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະເປັນຜູ້ອະນຸມັດແຜນການປະຕິບັດງານທັງໝົດຂອງແຂວງ ໂດຍໄດ້ຮັບການຮັບຮອງຈາກ UNDP ແລະ ຜູ້ໃຫ້ທຶນຂອງ ຄກລ

ໃຫ້ການສະໜັບສະໜູນໂຄງການພັດທະນາຕ່າງໆ

ໂຄງການພັດທະນາຕ່າງໆ ຈະໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບບູລິມະສິດການກວດກູ້ ຖ້າວ່າໂຄງການເຫຼົ່ານັ້ນໄດ້ຍື່ນໜັງສືສະເໜີຂໍການກວດກູ້ ໃຫ້ອຳນາດການປົກຄອງແຂວງ ກ່ອນທີ່ຈະມີການສ້າງແຜນປະຕິບັດງານປະຈຳປີ. ການສະເໜີຂໍການກວດກູ້ນີ້ ແມ່ນຈະດໍາເນີນປະມານເດືອນກໍລະກົດຂອງທຸກໆປີ. ກິດຈະກຳຂອງ ຄກລ ບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການປົກປ້ອງຊີວິດຂອງປະຊາຊົນເທົ່ານັ້ນ, ແຕ່ຍັງເປັນການຊ່ວຍສ້າງໂອກາດໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນບັນດາເມືອງທີ່ທຸກຍາກທີ່ສຸດອີກດ້ວຍ. ການວິເຄາະການທົດຖອຍຢູ່ໃນບົດລາຍງານການປະເມີນຄວາມທຸກຍາກຂອງ ສປປ ລາວ ໃນປີ 2003 ນັ້ນຢັ້ງຢືນວ່າທັງການຕົກຄ້າງຂອງລະເບີດໃນລະດັບເລີ່ມຕົ້ົ້ນ ຕະຫຼອດຈົນຄວາມຄືບໜ້າໃນການເກັບກູ້ລະເບີດນັ້ນ ຊີ້ໃຫ້ເຫັນເຖິງການປ່ຽນແປງຂອງສະພາວະຄວາມທຸກຍາກນັບແຕ່ເດືອນ8/ປີ 1997 ຫາ ເດືອນ3/ປີ 2002. ເມື່ອຂະຫຍາຍສະຖິຕິການທົດຖອຍໃນຂັ້ນເມືອງແລ້ວ, ອັດຕາການບໍລິໂພກ-ອຸປະໂພກຕໍ່ຫົວຄົນມີແນວໂນ້ມທີ່ຈະເພີ່ມຂຶ້ນຊ້າຢູ່ໃນພື້ນທີ່ທີ່ມີລະເບີດຕົກຄ້າງສູງ, ແລະ ເພີ່ມຂຶ້ນຢ່າງວ່ອງໄວຢູ່ໃນພື້ນທີ່ທີ່ໄດ້ຮັບການກວດກູ້ລະເບີດແລ້ວ.

ໂຄງການເກັບກູ້ລະເບີດແຫ່ງ ສປປ ລາວ ໄດ້ຊ່ວຍປັບປຸງແກ້ໄຂໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ລບຕ ສາມາດເຂົ້າເຖິງການນຳໃຊ້ທີ່ດິນ, ຕະຫຼາດ, ການບໍລິການທາງເສດຖະກິດ ແລະ ສັງຄົມ, ການນໍາໃຊ້ຊັບພະຍາກອນທາງທຳມະຊາດທີ່ຍືນຍົງຕໍ່ສິ່ງແວດລ້ອມຢ່າງເທົ່າທຽມກັນ. ວຽກງານເກັບກູ້ລະເບີດແມ່ນໄດ້ນຳໄປສູ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ທຸກຍາກ ແລະ ຂາດແຄນອາຫານທີ່ປອດໄພ ໂດຍຜ່ານການພັດທະນາແບບຍືນຍົງໃນເປົ້າໝາຍການພັດທະນາແຫ່ງສະຫັດສະວັດຕາມແຜນພັດທະນາໃນປີ 2011.