ກ່ຽວກັບ ລະເບີດທີ່ບໍ່ທັນແຕກ (ລບຕ)

ກ່ຽວກັບ ລະເບີດທີ່ບໍ່ທັນແຕກ (ລບຕ)

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ. ພາຍຫຼັງສົງຄາມອິນດູຈີນໃນລະຫວ່າງປີ 1964 – 1973 ສິ້ນສຸດລົງ ແລະ ເມື່ອເວລາຜ່ານໄປຫ້າສິບກວ່າປີແລ້ວ, ລະເບີດບໍ່ທັນແຕກ (ລບຕ) ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ປະຊາຊົນ ແລະ ເສດຖະກິດ-ສັງຄົມຂອງປະເທດ, ເປັນສາເຫດກໍ່ໃຫ້ເກີດການບາດເຈັບ ແລະ ເສຍຊີວິດ, ຈຳກັດການເຂົ້າເຖິງການນຳໃຊ້ທີ່ດິນໃຫ້ເກີດຜົນຜະລິດ ແລະ ເພີ່ມຕົ້ນທຶນຢ່າງມະຫາສານເຂົ້າໃນຂະບວນການພັດທະນາ. ພາຍຫຼັງສົງຄາມສິ້ນສຸດລົງໄດ້ບໍ່ດົນ ລັດຖະບານແຫ່ງ ສປປ ລາວ ກໍ່ໄດ້ເອົາໃຈໃສ່ຂຸ້ນຂ້ຽວໃນການເກັບກູ້ລະເບີດບໍ່ທັນແຕກ. ສປປ ລາວ ໄດ້ສະໜັບສະໜູນການຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາລະເບີດລູກຫວ່ານ ແລະ ເປັນເຈົ້າພາບຈັດກອງປະຊຸມລັດພາຄີຄັ້ງທຳອິດໃນປີ 2010. ມັນຍັງກວມລວມເຖິງບັນຫາລະເບີດບໍ່ທັນແຕກເຊິ່ງເປັນບັນຫາທີ່ສຳຄັນຕໍ່ການພັດທະນາ ໂດຍການກຳນົດເປົ້າໝາຍພັດທະນາແບບຍືນຍົງທີ 18, “ລົບລ້າງອຸປະສັກທາງດ້ານລະເບີດບໍ່ທັນແຕກ ເພື່ອການພັດທະນາແຫ່ງຊາດ".

ແຜນຍຸດທະສາດແຫ່ງຊາດໃນປະຈຸບັນ ສຳລັບຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະປີ 2011 – 2020, “The Safe Path Forward II” (SPFII), ລະບຸລາຍລະອຽດໄວ້ວ່າ ເປົ້າໝາຍຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາຕະຫຼອດໄລຍະປີ 2011 – 2020 ແມ່ນແນ່ໃສ່ຫຼຸດຜ່ອນໄພຄຸມຄາມຈາກ ລບຕ ທີ່ມີຕໍ່ມວນມະນຸດ ແລະ ເສດຖະກິດ-ສັງຄົມ ຈົນເຖິງຈຸດທີ່ລະເບີດບໍ່ທັນແຕກທີ່ຍັງເຫຼືອຢູ່ ແລະ ສິ່ງທ້າທາຍ ສາມາດໄດ້ຮັບການແກ້ໄຂໄດ້ຢ່າງເໝາະສົມດ້ວຍຂີດຄວາມສາມາດແຫ່ງຊາດທີ່ລວມເຂົ້າກັນເປັນອັນໜຶ່ງອັນດຽວກັບສະຖາບັນການຈັດຕັ້ງຂອງລັດຖະບານ.