ວຽກງານສຳຫຼວດວິຊາການ

    ວຽກງານສຳຫຼວດວິຊາການ

ວຽກງານສຳຫຼວດວິຊາການແມ່ນ ຈະສືບຕໍ່ຫຼັງວຽກງານສຳຫຼວດບໍ່ແມ່ນວິຊາການໂດຍການນຳໃຊ້ຈຸດພິກັດຂອງລະເບີດລູກຫວ່ານເປັນຈຸດເລີ່ມຕົ້ນການສຳຫຼວດ ຫຼັງຈາກນັ້ນ ທີມງານຈະນຳໃຊ້ເຄື່ອງກວດຈັບເພື່ອຄົ້ນຫາຢ່າງເປັນລະບົບອອກໄປທຸກທິດທາງ ເພື່ອກຳນົດພື້ນທີ່ຕົກຄ້າງຂອງລະເບີດລູກຫວ່ານ. ໂດຍການຈັດຕັ້ງປະຕິບັດວຽກງານສຳຫຼວດວິຊາການແມ່ນຈະມີການກຳນົດພື້ນທີ່ 50 x 50 ແມັດ ໂດຍແຕ່ລະປ່ອງຈະມີການສຳຫຼວດຈົນກວ່າຈະພົບການຕົກຄ້າງຂອງ ລະເບີດລູກຫວ່ານ ຫຼື ຈົນກວ່າຈະກວມເອົາ 50% ຂອງພື້ນທີ່, ໃນກໍລະນີທີ່ພົບເຫັນການຕົກຄ້າງຂອງລະເບີດລູກຫວ່ານໃນປ່ອງໃດ, ການສຳຫຼວດຈະດຳເນີນຕໍ່ໄປໃນພື້ນທີ່ທີ່ຢູ່ຕິດກັນ. ເມື່ອສາມາດກຳນົດຂອບເຂດພື້ນທີ່ຕົກຄ້າງຂອງລະເບີດລູກຫວ່ານແລ້ວ ພື້ນທີ່ດັ່ງກ່າວຈະຖືກບັນທຶກ ແລະ ລາຍງານແກ່ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ເພື່ອກຳນົດເປັນ ພື້ນທີ່ຢັ້ງຢືນວ່າເປັນພື້ນທີ່ອັນຕະລາຍ (CHA)

ຂັ້ນຕອນການປະຕິບັດງານຂອງວຽກງານການສຳຫຼວດວິຊາການ

1

ການສຳຫຼວດວິຊາການ

ອີງຕາມຜົນການສຳຫຼວດຂອງການສຳຫຼວດບໍ່ແມ່ນວິຊາການ, ທີມງານ TS ຖືກມອບໝາຍໃຫ້ປະຕິບັດການສຳຫຼວດວິຊາການໃນພື້ນທີ່ທີ່ຖືກກຳນົດໄວ້

2

ພື້ນທີ່ຢັ້ງຢືນວ່າເປັນພື້ນທີ່ອັນຕະລາຍ (CHA)

ທີມງານ TS ປະຕິບັດການກວດກາ ແລະ ສຳຫຼວດພື້ນທີ່ໃກ້ຄຽງຈົນກວ່າຈະບໍ່ພົບລະເບີດ ຫຼື ຈົນກວ່າຈະສາມາດຢືນຢັນຂອບເຂດພື້ນທີ່ການຕົກຄ້າງຂອງລະເບີດ

3

ມອບໝາຍໃຫ້ແກ່ທີມງານເກັບກູ້

ຈຸດຫຼັກຖານທີ່ໄດ້ຮັບການຢືນຢັນທັງໝົດແມ່ນນຳໃຊ້ເຂົ້າໃນການກຳນົດແຜນທີ່ຂອງພື້ນທີ່ຢັ້ງຢືນວ່າເປັນພື້ນທີ່ອັນຕະລາຍ (CHA). ຫຼັງຈາກນັ້ນ, ທີມງານເກັບກູ້ມີໜ້າທີ່ຮັບຜິດຊອບໃນການປະຕິບັດຕາມຂັ້ນຕອນຕໍ່ໄປຕາມຂະບວນການເກັບກູ້ລະເບີດ