ວຽກງານທຳລາຍເຄື່ອນທີ່
ວຽກງານທຳລາຍເຄື່ອນທີ່ແມ່ນແນໃສ່ການເຄື່ອນຍ້າຍ ແລະ ທຳລາຍລະເບີດທີ່ພົບເຫັນຢູ່ເທິງໜ້າດິນ, ເຊິ່ງໜ້າວຽກນີ້ໂດຍທົ່ວໄປແມ່ນຈະເປັນການຕອບສະໜອງຕໍ່ການລາຍງານການພົບລະເບີດຈາກຊຸມຊົນ, ທີມງານ EORE ຫຼື ທີມງານການສຳຫຼວດທີ່ບໍ່ແມ່ນວິຊາການ
ທີມງານທຳລາຍເຄື່ອນທີ່ແມ່ນຈະຕອບສະໜອງຕໍ່ການລາຍງານ ແລະ ປະຕິບັດງານຢ່າງວ່ອງໄວທີ່ສຸດເພື່ອເກັບກູ້ລະເບີດທີ່ເຫັນໄດ້ຢູ່ເທິງໜ້າດິນ ເຊິ່ງອາດຈະເຮັດໃຫ້ເກີດອັນຕະລາຍໂດຍກົງຕໍ່ກັບກິດຈະກຳການດຳລົງຊີວິດຂອງປະຊາຊົນເຊັ່ນ: ການເຮັດໄຮ່ເຮັດນາ, ການເກັບຟືນ ຫຼື ການຫຼິ້ນຂອງເດັກນ້ອຍ
