ຍິນດີຕ້ອນຮັບເຂົ້າສູ່ສູນຢ້ຽມຢາມໂຄງການເກັບກູ້ລະເບີດ
ສູນຢ້ຽມຢາມໂຄງການເກັບກູ້ລະເບີດ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເປີດບໍລິການໃນປີ 2009, ໂດຍມີຈຸດປະສົງເພື່ອວາງສະແດງສິ່ງເສດເຫຼືອຈາກສົງຄາມ ແລະ ສະແດງໃຫ້ເຫັນປະຫວັດສາດຂອງສົງຄາມທີ່ເກີດຂຶ້ນໃນ ສປປ ລາວ.
ສູນຢ້ຽມຢາມໂຄງການເກັບກູ້ລະເບີດ ແມ່ນ "ສະຖານທີ່ທີ່ຕ້ອງໄປ" ສຳລັບຜູ້ທີ່ເດີນທາງໄປແຂວງ ຫຼວງພະບາງ ເຊິ່ງມີການວາງສະແດງລະເບີດຕົວຈິງ, ເລື່ອງລາວຂອງຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ທີ່ບອກເລົ່າເລື່ອງລາວເຊິ່ງໄດ້ຕິດຢູ່ຕາມຝາຫ້ອງວາງສະແດງ ແລະ ພ້ອມທັງຮັບຊົມສາລະຄະດີກ່ຽວກັບລະເບີດບໍ່ທັນແຕກ
ເປັນຫຍັງຕ້ອງມາ ສູນຢ້ຽມຢາມໂຄງການເກັບກູ້ລະເບີດ

ເພື່ອຮຽນຮູ້ກ່ຽວກັບປະຫວັດສາດ
ສູນຢ້ຽມຢາມໂຄງການເກັບກູ້ລະເບີດ ໃນແຂວງ ຫຼວງພະບາງ ຖືວ່າເປັນສູນການສຶກສາຮຽນຮູ້ ທີ່ນັກທ່ອງທ່ຽວສາມາດຮຽນຮູ້ກ່ຽວກັບບັນຫາທີ່ເກີດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ຫຼັງຈາກສິ້ນສຸດສົງຄາມອິນດູຈີນຄັ້ງທີສອງ.

ເພີ່ມທະວີຄວາມເຂົ້າໃຈ
ທ່ານຈະເຂົ້າໃຈກ່ຽວກັບວິທີທີ່ປະຊາຊົນລາວຮັບມືກັບລະເບີດບໍ່ທັນແຕກ ແລະ ຊາກຫັກພັງອັນຕະລາຍອື່ນໆຈາກສົງຄາມໃນແຕ່ລະວັນ.

ການປະຕິບັດງານດ້ວຍຄວາມມຸ່ງໝັ້ນ ຂອງໂຄງການເກັບກູ້ລະເບີດ
ການປະຕິບັດວຽກງານຢ່າງຕັ້ງໜ້າຂອງໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ເພື່ອເກັບກູ້ລະເບີດບໍ່ທັນແຕກທີ່ເປັນອັນຕະລາຍ.
ນະໂຍບາຍການເຂົ້າຊົມສູນຢ້ຽມຢາມ
ການເຂົ້າຊົມສູນຢ້ຽມຢາມແມ່ນຟຣີ ພ້ອມທັງຍິນດີຮັບບໍລິຈາກ
ລາຍໄດ້ທັງໝົດຈະຖືກປະກອບສ່ວນໂດຍກົງຕໍ່ການປະຕິບັດງານການເກັບກູ້ລະເບີດ ແລະ ໂຄງການຊ່ວຍເຫຼືອຜູ້ເຄາະຮ້າຍໃນທົ່ວແຂວງ.





