ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຢ້ຽມຢາມໂຄງການເກັບກູ້ລະເບີດຊາດ ປະຈຳ ແຂວງ ຈໍາປາສັກ

Nov 14, 2025 | ຂ່າວ

ໃນວັນທີ 11 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດວຽກງານພາກສະໜາມ ຂອງ ໂຄງການເກັບກູ້ລະເບີດຊາດ ຢູ່ ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ.

ການລົງຢ້ຽມຢາມຄັ້ງນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍ ແລະ ຕິດຕາມຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 18 (SDG 18) – ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ທີ່ ສປປ ລາວ ເປັນພາຄີໃນການປະຕິບັດສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ.

ແຂວງ ຈໍາປາສັກ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກລະເບີດບໍ່ທັນແຕກໃນໄລຍະສົງຄາມອິນດູຈີນຄັ້ງທີ 2, ເຊິ່ງບັນຫາລະເບີດບໍ່ທັນແຕກ ຍັງສືບຕໍ່ເປັນໄພຂົ່ມຂູ່ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ປະຈຸບັນ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໂດຍຜ່ານ ອົງການຈິກສ໌ ເພື່ອດໍາເນີນກິດຈະກໍາໂຄສະນາສຶກສາຄວາມສ່ຽງ, ການສໍາຫຼວດ ແລະ ເກັບກູ້ລະເບີດ ຢູ່ 3 ແຂວງ ພາກໃຕ້ ຄື: ສາລະວັນ, ຈໍາປາສັກ ແລະ ເຊກອງ.